ອບໃຈທຸກທ່ານ ຜູ້ທີ່ເຂົ້າຮ່ວມບໍລິຈາກເລືອດກັບທະນາຄານອິນໂດຈີນ
ໃນວັນທີ 17/02/2024 ທີ່ຜ່ານມາ.
ຂໍຂອບໃຈ ໃນນ້ຳໃຈແບ່ງປັນອັນຍິ່ງໃຫຍ່ ແລະ ມີຄຸນຄ່າຂອງທ່ານ ມານະທີ່ນີ້ດ້ວຍ.
ຂໍສະແດງຄວາມຍິນດີ ກັບ ທ່ານທີ່ໄດ້ຮັບບັດສົມມະນາຄຸນ
ສຳລັບໃຊ້ຈ່າຍ ທີ່ ຮ້ານຄ້າKokkok Mart
ບັດລະ 500,000 ກີບ
ໄດ້ທັງບຸນ ອິ່ມທັງໃຈ ແລະ ຂໍໃຫ້ທ່ານ ເພີດເພີນໄປ ກັບການ Shopping
*ທ່ານຜູ້ໂຊກດີທັງ10ທ່ານ ຈະໄດ້ຮັບການຕິດຕໍ່ຫາໂດຍກົງຈາກຄະນະຜູ້ຈັດງານ.
ສຸກໃຈທີ່ໄດ້ໃຫ້
ກິດຈະກໍາບໍລິຈາກເລືອດກັບທະນາຄານອິນໂດຈີນ
"Give blood, Save lives"
ພາຍໃຕ້ໂຄງການຊ່ວຍເຫຼືອສັງຄົມ "IB Bank ຈາກໃຈສູ່ໃຈ" ຮ່ວມກັບອົງການກາແດງລາວ.
ໃນໂອກາດນີ້ ທະນາຄານອິນໂດຈີນ ໄດ້ຮ່ວມມອບອຸປະກອນອຳນວຍຄວາມສະດວກ (ປະກອບມີຜ້າປົກ ແລະ ໝອນຮອງ) ມູນຄ່າຫຼາຍກວ່າ 30,000,000ກີບ.
ພວກເຮົາຈະສືບຕໍ່ຈັດສັນກິດຈະກຳດີໆເພື່ອສັງຄົມແບບນີ້ ຢ່າງຕໍ່ເນື່ອງ ແລະ ສະໝ່ຳາສະເໝີ ແລະ ກິດຈະກຳທີ່ຫຼາກຫຼາຍຂຶ້ນໃນອະນາຄົດ.
ຂໍຂອບໃຈ ບັນດາຄູ່ຮ່ວມພັນທະມິດຂອງພວກເຮົາ ແລະ ຂໍຂອບໃຈຜູ້ຮ່ວມບໍລິຈາກເລືອດ ທຸກໆທ່ານ ມານະທີ່ນີ້ດ້ວຍ.