ໂຄງການ IB Bank ສານຝັນປັນຮັກ

ຫ່າງໄກ ແຕ່ ບໍ່ຫ່າງກັນ. 
ໄກປານໃດ ພວກເຮົາກໍໄປເຖິງ.​
ຫຼ້າສຸດນີ້ ໂຄງການ “IB BANK ສານຝັນປັນຮັກ” ໄດ້ເດີນທາງສູ່ພາກໃຕ້ຂອງລາວ, ເມືອງມຸນລະປາໂມກ ແຂວງຈຳປາສັກ ໃນວັນທີ7 ພະຈິກ 2023 ທີ່ຜ່ານມາ.
ພາລະກິດຊ່ວຍເຫຼືອສັງຄົມຄັ້ງນີ້ ພວກເຮົາໄດ້ ມອບ  ຖົງການສຶກສາ ສານຝັນປັນຮັກ, ບໍລິຈາກເຄື່ອງນຸ່ງນັກຮຽນ, ຕຸກນຳ້ດື່ມ, ອຸປະກອນກິລາ, ຜ້າຫົ່ມ, ເຂົ້າສານອາຫານແຫ້ງ ແລະ ເຄື່ອງໃຊ້ທີ່ຈຳເປັນ ໃຫ້ແກ່ຄູອາຈານ ແລະ ນ້ອງໆນັກຮຽນ ລວມມູນຄ່າ ຫຼາຍກວ່າ 90,000,000 ກີບ ທີ່ໂຮງຮຽນປະຖົມສົມບູນ ແລະ ມັດທະຍົມຕົ້ນບ້ານຫ້ວຍຊາຍ ເມືອງມຸນລະປາໂມກ ແຂວງຈຳປາສັກ.  
ໂຄງການ “ທະນາຄານອິນໂດຈີນ ສານຝັນປັນຮັກ” ແມ່ນໂຄງການຊ່ວຍເຫຼືອສັງຄົມ ທີ່ປະຕິບັດມາຢ່າງສະໝໍ່າສະເໝີ ທີ່ໄດ້ມຸ່ງເນັ້ນຈັດກິດຈະກຳຕ່າງໆທີ່ເປັນປະໂຫຍດສັງຄົມ ເຊັ່ນ: ສົ່ງເສີມກິດຈະກຳເພື່ອສຸຂະພາບ, ສົ່ງເສີມຄຸນນະພາບຊີວິດ, ກິດຈະກຳດ້ານການສຶກສາ, ວຽກງານສິ່ງແວດລ້ອມ, ຈັດເວທີສົ່ງເສີມຄວາມຄິດສ້າງສັນຂອງໄວໜຸ່ມ ແລະ ອີກຫຼາກຫຼາຍກິດຈະກຳ. 
ພວກເຮົາ ທະນາຄານອິນໂດຈີນ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພະລັງຂອງການຊ່ວຍເຫຼືອແບ່ງປັນເຊິ່ງກັນແລະກັນ ຈະສ້າງສັງຄົມໃຫ້ໜ້າຢູ່ ແລະພວກເຮົາຈະສືບຕໍ່ປະຕິບັດພາລະກິດຊ່ວຍເຫຼືອສັງຄົມດີໆແບບນີ້ ຢ່າງສະໝ່ຳາສະເໝີ.

© Copyright 2022 Indochina Bank. All Right Reserved

Follow us: