ສູນພັດທະນາແມ່ຍິງພິການ 17/08/2023
“ບໍ່ຖີ້ມໃຜ ໄວ້ຂ້າງຫຼັງ” ພວກເຮົາຂໍເປັນອີກໜຶ່ງສຽງ ທີ່ເຊີນຊວນທ່ານ ຮ່ວມຊົມໃຊ້ ແລະ ຊື່ນຊົມຜົນງານສີລະປະ ຜະລິດຕະພັນຕ່າງໆ ຈາກສີມືທີ່ປານີດ ແລະ ງົດງາມ ເພື່ອເປັນກຳລັງໃຈໃຫ້ອ້າຍເອື້ອຍນ້ອງ ຈາກສູນພັດທະນາແມ່ຍິງພິການລາວ ແຫ່ງນີ້ ????ມື້ນີ້ທາງເຮົາໄດ້ເກັບພາບບັນຍາກາດແຫ່ງຄວາມສຸກຂອງການເຮັດກິດຈະກຳມາຝາກເດີ້ທຸກຄົນ???? ການລົງເຮັດກິດຈະກຳໃນຄັ້ງນີ້ ພາຍໃຕ້ໂຄງການ “????IB Bank ສານຝັນປັນຮັກ????” ທາງເຮົາ ມີຈຸດປະສົງ ເພື່ອມອບອຸປະກອນການສຶກສາ, ສ້າງຮອຍຍີ້ມ ແລະ ສຽງຫົວ ສ້າງຄວາມຊົງຈຳອັນດີ ຜ່ານຫຼິ້ນກິດຈະກຳຕ່າງໆຮ່ວມກັນ ເປັນການສ້າງມິດໝາຍອັນດີ ລວມທັງໄດ້ຮ່ວມພາເຂົ້າສາມັກຄີນຳກັນ, ຮຽນຮູ້ງານສີມືຫັດຖະກຳຈາກພະນັກງານ ແລະ ນ້ອງໆນັກຮຽນ ທີ່ສູນພັດທະນາແມ່ຍິງພິການລາວ ພ້ອມກັນນັ້ນ ມີລາຍການພິເສດກ່ຽວກັບ ການແບ່ງປັນຄວາມຮູ້ໂດຍການບັນຍາຍໃນຫົວຂໍ້: “ການສ້າງແຮງບັນດານໃຈ” ຂອງ ປ່າເຢັງຊາ ລໍ່ ເຊັ່ນ: “ຄວາມຝັນຂອງທຸກຄົນ ແມ່ນເປັນໄປໄດ້ເພາະວ່ານ້ອງໆທຸກຄົນ ມີເອກະລັກ ແລະ ຄວາມສາມາດທີ່ພິເສດເປັນຂອງຕົນເອງ ຈົ່ງເຊື່ອໝັ້ນໃນຕົນເອງ” ການໄປຢ້ຽມຢາມ ແລະ ການຕ້ອນຮັບທີ່ແສນອົບອຸ່ນນີ້ຈະເປັນຄວາມຊົງຈຳທີ່ດີໃຫ້ແກ່ພວກເຮົາ ແລະ ຫວັງວ່າຈະໄດ້ສ້າງໂຄງການດີໆຮ່ວມກັນໃນອານາຄົດ