Mother's Day

ກ້າວເຂົ້າສູ່ປີທີ 15 ດ້ວຍຄວາມພາກພູມໃຈ ຂອງທະນາຄານອິນໂດຈີນ

ພວກເຮົາປາບປື້ມໃຈ ທີ່ງານ”IB Bank ສາຍໃຍຮັກ ແລະ ຜູກພັນ” ໄດ້ຖືກຈັດຂຶ້ນເປັນຄັ້ງທີ 2 ແລ້ວ.

ເນື່ອງວັນແມ່ຍິງສາກົນ ວັນທີ 8 ເດືອນ 3 ທີ່ຫາກໍ່ຜ່ານກາຍໄປ ແລະ ເພື່ອຕ້ອນຮັບເທດສະການບຸນປີໃຫມ່ລາວ ທີ່ໃກ້ຈະມາເຖິງ

ເພື່ອເປັນການເພີ່ມຄວາມຫມາຍຄວາມສຳຄັນ ແລະ ເພື່ອຍົກສູງສາຍສຳພັນໃຫ້ແໜ້ນແຟ້ນ ອົງກອນແຫ່ງນີ້ໄດ້ເປັນກຽດຕ້ອນຮັບບັນດາແມ່ໆຂອງພະນັກງານ ແລະ ໄດ້ເປີດບ້ານຫລັງນີ້ ພ້ອມຈັດພາເຂົ້າສາມັກຄີຕ້ອນຮັບ ເພື່ອສຳຜັດບັນຍາກາດສະຖານທີ່ທີ່ພວກລູກໃຊ້ຊີວິດ ແລະ ປະຕິບັດພາລະກິດທີ່ສຳນັກງານໃຫຍ່ ທະນາຄານອິນໂດຈີນ.

ພໍ່ແມ່ ຄືຜູ້ຢູ່ເບື້ອງຫຼັງຄວາມສຳເລັດຂອງລູກໆ.

ເພາະວ່າ ພອນຈາກແມ່ຈະເປັນພອນອັນປະເສີດ ເປັນມຸງຄຸນແຫ່ງຄວາມສຸກ ຄວາມສຳເລັດຂອງລູກ, ເປັນກຳລັງໃຈໃຫ້ລູກລູກໃນການທຳຄວາມດີ ແລະ ເຮັດພາລະກິດຂອງຕົນເອງຢ່າງມີສັກກະຍະພາບ.

ທາງຄະນະຜູ້ບໍລິຫານຂໍສະແດງຄວາມຂອບໃຈມາຍັງແມ່ທຸກຄົນທີ່ໄດ້ສ້າງລູກລູກຂອງແມ່ໃຫ້ເປັນຄົນດີ ມີຄຸນນະທັມ ສົມກັບອາຊີບນັກທະນາຄານ ທີ່ພ້ອມຊຶມຊັບວັດທະນະທຳດີດີຂອງອົງກອນ ແລະ ເປັນຜູ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກອົງກອນ ແລະ ມວນຊົນ.

ຂໍໃຫ້ແມ່ທຸກຄົນຈົ່ງໄວ້ວາງໃຈ ຕາບໃດທີ່ລູກລູກຂອງແມ່ນັ່ງຢູ່ໃນຮົ່ມເງົາຂອງຄອບຄົວທະນາຄານອິນໂດຈີນ ຈະໄດ້ຮັບຄວາມຮັກ ຄວາມອົບອຸ່ນສະເຫມືອນຢູ່ໃນຄອບຄົວຂອງຕົນເອງ ແລະ ພວກລຸກລູກກໍ່ຈະເປັນຫນໍ່ແຫນງຜູ້ສືບທອດວັດທະນະທຳອັນດີງາມຂອງອົງກອນແຫ່ງນີ້ຕໍ່ໄປ.

© Copyright 2022 Indochina Bank. All Right Reserved

Follow us: