Signing Ceremony Strategic Partnership for SME Lao to Hybrid E-commerce Between Indochina Bank and DLuck Business by Dokbouakham

ພິທີເຊັນສັນຍາການຮ່ວມມືຍຸດທະສາດ ລະຫວ່າງ ທະນາຄານອິນໂດຈີນ ຈຳກັດ ແລະ ດີລັກຄ໌ ບິຊິເນັດ ໂດຍ ດອກບົວຄຳ

ວັນທີ 26 ທັນວາ 2023, ທີ່ ສຳນັກງານໃຫຍ່ ທະນາຄານອິນໂດຈີນ ຈຳກັດ ໄດ້ຈັດພິທີເຊັນສັນຍາຮ່ວມມືລະຫວ່າງ ທະນາຄານອິນໂດຈີນ ຈຳກັດ ແລະ ດີລັກຄ໌ ບິຊິເນັດ ໂດຍ ດອກບົວຄຳ, ວ່າດ້ວຍ ການສ້າງຄວາມເຂັ້ມແຂງໃຫ້ SME ລາວກ້າວເຂົ້າສູ່ Hybrid E-Commerce. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ປາຊີ ແສງອຸດອນ ຫົວໜ້າພະແນກການບໍລິການທາງດ້ານການເງິນສ່ວນບຸກຄົນ ທະນາຄານອິນໂດຈີນ ຈຳກັດ ແລະ ທ່ານ ເສດຖ໌ທາດາ ທຳມະວົງ ຜູ້ອໍານວຍການ ດີລັກຄ໌ ບິຊິເນັດ ໂດຍ ດອກບົວຄຳ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍມີ ທ່ານ ບຸນເຮັ່ງ ສຸພິດາ ຮອງຜູ້ອໍານວຍການທະນາຄານອິນໂດຈີນ ຈໍາກັດ, ທ່ານ ຄຳເກິ່ງ ທຳມະວົງ ຜູ້ກໍ່ຕັ້ງ ດອກບົວຄຳກຸຣບ ແລະ ບັນດາຄະນະຜູ້ບໍລິຫານງານທັງສອງຝ່າຍ.

ພິທີເຊັນສັນຍາໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເປັນການສະແດງໃຫ້ເຫັນເຖິງ ຄວາມຕັ້ງໃຈໃນການຕໍ່ຍອດທຸລະກິດໃຫ້ເຕີບໃຫຍ່ຂື້ນກວ່າເກົ່າໂດຍການເປັນພັນທະມິດທາງດ້ານທຸລະກິດ ເພື່ອນຳຈຸດແຂງຂອງແຕ່ລະຝ່າຍມາຜະສົມຜະສານ ແລະ ສ້າງການເຕີບໃຫຍ່ໃຫ້ຫຼາຍຂື້ນ.

ດີລັກຄ໌ ບິຊິເນັດ ເປັນບໍລິສັດ ທີ່ມີທ່າແຮງ ໃນການພັດທະນາທຸລະກິດໃນລາວໃນຫຼາຍດ້ານ ເປັນພາກສ່ວນສຳຄັນໃນການຂັບເຄື່ອນທຸລະກິດ SME ໃນຮູບແບບ Hybrid e-Commerce ທີ່ຫຼາກຫຼາຍ ເປັນຕົ້ນແມ່ນ ທຸລະກິດດ້ານຄວາມງາມ ຕະຫຼອດເຖີງທຸລະກິດທາງດ້ານອະສັງຫາລີມມະຊັບໃນຂອບເຂດທົ່ວປະເທດ.

 

ໂດຍເຫັນໄດ້ທ່າແຮງ ທາງດ້ານການບໍລິການຂອງ ດີລັກຄ໌ ບິຊິເນັດ ທີ່ມີແນວໂນ້ມເພີ່ມສູງຂຶ້ນເລື້ອຍໆ ແລະ ຍັງໄດ້ເລັງເຫັນເຖິງຄວາມສາມາດ ໃນການພັດທະນາ ແລະ ສົ່ງເສີມທຸລະກິດ ຂອງທັງສອງຝ່າຍ ໃຫ້ມີຄວາມເຂັ້ມແຂງຢ່າງຮອບດ້ານ. ດັ່ງນັ້ນ, ຄະນະຜູ້ບໍລິຫານງານຂອງ ທະນາຄານອິນໂດຈີນ ຈໍາກັດ ແລະ ດີລັກຄ໌ ບິຊິເນັດ ຈຶ່ງໄດ້ຕົກລົງ ຍົກລະດັບການຮ່ວມມື ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ການຮ່ວມມືດ້ານຕ່າງໆຮ່ວມກັນ ເຊັ່ນ: ການໃຫ້ບໍລິການດ້ານການເງິນ-ການທະນາຄານ ແບບຮອບດ້ານ; ການຈັດກິດຈະກໍາ ເພື່ອສົ່ງເສີມວຽກງານການຕະຫຼາດ; ການພັດທະນາເຊື່ອມຕໍ່ ລະບົບຊຳລະສະສາງແບບອອນລາຍເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າ ຂອງທັງສອງຝ່າຍໃນອານາຄົດ.

 

 

© Copyright 2022 Indochina Bank. All Right Reserved

Follow us: