Indochina Bank’s VIP Appreciation Dinner 2023

ງານລ້ຽງຂອບໃຈລູກຄ້າຊັ້ນໜຶ່ງ ທະນາຄານອິນໂດຈີນ ປະຈຳປີ 2023.

ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈ ທັງເປັນການສານສາຍສຳພັນຕະຫຼອດໄລຍະເວລາຫຼາຍປີທີ່ຜ່ານມາ ລະຫວ່າງທະນາຄານອິນໂດຈີນ ແລະ ລູກຄ້າຊັ້ນໜຶ່ງໃຫ້ແໜ້ນແຟ້ນຂຶ້ນໄປຕື່ມ.

ງານລ້ຽງຂອບໃຈລູກຄ້າຊັ້ນໜຶ່ງ ເປັນງານລ້ຽງທີ່ໃຫຍ່ ແລະ ເປັນສັນຍະລັກຂອງທະນາຄານອິນໂດຈີນທີ່ໄດ້ຈັດຂຶ້ນຢ່າງສະໝ່ຳາສະເໝີ, ດ້ວຍຮູບແບບງານທີ່ເປັນເອກະລັກທີ່ແຕກຕ່າງກັນໄປໃນແຕ່ລະປີ, ງານລ້ຽງໃນປີນີ້ຖືກຕົບແຕ່ງຢ່າງສວຍງາມ ແລະ ພິຖີພິຖັນ ພາຍໃຕ້ຊື່ງານວ່າ “ຄຳ່ຄືນແຫ່ງຈິນຕະນາການ”

ພາຍໃນງານລ້ຽງດັ່ງກ່າວໄດ້ດຳເນີນໄປຢ່າງອົບອຸ່ນ ແລະ ຖືກຕ້ອນຮັບຢ່າງເປັນກັນເອງຈາກຄະນະຜູ້ບໍລິຫານ ແລະ ພະນັກງານຈາກທະນາຄານອິນໂດຈີນ ພ້ອມທັງໄດ້ມອບການສະແດງໃຫຍ່ສຸດພິເສດ ຈາກ ຮັກຮ້ອງ ເຕົ໋າ ສົມຊາຍ ແລະ ໃໝ່ ຈະເລີນປຸຣະ.

ໂດຍການເປັນກຽດກ່າວເປີດງານ ແລະ ກ່າວຕ້ອນຮັບຢ່າງອົບອຸ່ນ ໂດຍທ່ານ ເຕ ຮົງ ເຮັງ ປະທານທະນາຄານອິນໂດຈີນ, ເປັນກຽດມອບຂອງຂວັນ ແລະ ຈັບສະຫຼາກຊິງລາງວັນຈຳນວນຫຼາຍລາຍການ ໂດຍ ທ່ານນາງ ຖາວອນ ວົງສົມບັດ ປະທານສະພາບໍລິຫານ ທະນາຄານອິນໂດຈີນ ແລະ ຈັບສະຫຼາກຜູ້ໂຊກດີລາງວັນໃຫຍ່ ລົດເກັງ KIA Sonet ໃຫ້ແກ່ຜູ້ໂຊກດີ ໂດຍ ທ່ານ ໂອ ເຊ ຢັງ ຜູ້ກໍຕັ້ງທະນາຄານອິນໂດຈີນ

ພ້ອມດຽວກັນນິ້ ທະນາຄານອິນໂດຈີນ ຂໍອວຍພອນໄຊໃຫ້ລູກຄ້າທຸກທ່ານ ມີພາລະນາໄມທີ່ສົມບູນ ມີຄວາມສຸກ ຄວາມຈະເລີນ ແລະ ສຸກສົມຫວັງຕະຫຼອດປີໃຫມ່ 2024 ນີ້ດ້ວຍ.

© Copyright 2022 Indochina Bank. All Right Reserved

Follow us: